ແບ່ງປັນຊັບພະຍາກອນ ປະສານການພັດທະນາ —ກຸ່ມບໍລິສັດ Shousheng ຈໍາກັດ ເຂົ້າຢ້ຽມຢາມ ແລະ ແລກປ່ຽນຄວາມຮ່ວມມືກັບ ສູນສຳຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ
2026年6月30日,首盛集团有限公司代表团专程到访老挝国家工业能源矿业勘查和工程设计中心开展实地走访、座谈洽谈系列交流活动。
ວັນທີ 30 ມິຖຸນາ 2026, ຄະນະຜູ້ແທນຈາກ ກຸ່ມບໍລິສັດ Shousheng ຈໍາກັດ ໄດ້ເດີນທາງມາຢ້ຽມຢາມ ສູນສຳຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ ເພື່ອດຳເນີນກິດຈະກຳຢ້ຽມຢາມພາກສະໜາມ, ປຶກສາຫາລື ແລະ ເຈລະຈາຫາລືຄວາມຮ່ວມມື.
上午9时30分,首盛集团代表团抵达老挝国家工业能源矿业勘查和工程设计中心,首盛集团董事长王斌带领首盛集团研究院院长郑伯博、首盛国际工程咨询集团总经理苏长川、首盛国际工程咨询集团云南分公司总经理唐梁桐、首盛国际工程咨询集团数智中心经理黄煊焓与设计中心展开首轮初步对接交流。设计中心执行主任孔德全对首盛集团一行的到访表示热烈欢迎,并对老挝国家工业能源矿业勘查和工程设计中心的建设背景、组建历程、团队架构,与中心定位进行详细介绍,作为老挝本土核心科研载体,中心依托老挝政府政策扶持以及昆明理工大学的科研技术支撑,长期致力于为中老两国市场主体搭建科研协作、技术标准互通、人才共建、工程方案设计的服务桥梁。设计中心梳理了老挝当前工业、能源、矿业等行业整体发展态势、市场格局、主流技术应用以及宏观政策导向,为首盛集团研判老挝市场、制定海外布局方案提供了详实的行业参考。

ໃນຕອນເຊົ້າເວລາ 9:30 ໂມງ, ຄະນະຜູ້ແທນຈາກ ກຸ່ມບໍລິສັດ Shousheng ຈໍາກັດ ໄດ້ເດີນທາງມາຮອດ ສູນສຳຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ. ທ່ານ ຫວັງ ປິນ, ປະທານກຸ່ມບໍລິສັດ Shousheng ຈໍາກັດ ໄດ້ນໍາພາທ່ານ ເຈິ້ງ ປົວປົວ ຜູ້ອຳນວຍການສະຖາບັນວິໄຈຂອງກຸ່ມບໍລິສັດ, ທ່ານ ຊູ ສາງຊວນ ຜູ້ຈັດການໃຫຍ່ຂອງ ບໍລິສັດ Shousheng ທີ່ປຶກສາດ້ານວິສະວະກຳສາກົນ ຈຳກັດ, ທ່ານ ຖາງ ຫຼຽງຖົງ ຜູ້ຈັດການໃຫຍ່ສາຂາແຂວງຢູນນານ ຂອງບໍລິສັດດັ່ງກ່າວ, ແລະ ທ່ານ ຫວງ ຊວນຫານ ຜູ້ຈັດການສູນເທັກໂນໂລຊີດິຈິຕອນ ເຂົ້າພົບ ແລະ ດໍາເນີນການແລກປ່ຽນເບື້ອງຕົ້ນກັບສູນ. ທ່ານ ຂົງ ເຕີສວນ ຫົວໜ້າບໍລິຫານຂອງສູນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ກຸ່ມບໍລິສັດ Shousheng ຢ່າງອົບອຸ່ນ ແລະ ໄດ້ນໍາສະເໜີລາຍລະອຽດກ່ຽວກັບພື້ນຖານການຈັດຕັ້ງ, ຂະບວນການກໍ່ຕັ້ງ, ໂຄງສ້າງບຸກຄະລາກອນ ແລະ ທິດທາງການພັດທະນາຂອງ ສູນສຳຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ. ໃນຖານະເປັນອົງກອນຫຼັກດ້ານການຄົ້ນຄວ້າວິທະຍາສາດຂອງລາວ, ສູນໄດ້ອາໄສການສະໜັບສະໜູນຈາກນະໂຍບາຍຂອງລັດຖະບານລາວ ແລະ ພື້ນຖານວິຊາການຈາກມະຫາວິທະຍາໄລວິທະ ຍາສາດ ແລະ ເທັກໂນໂລຊີ ຄຸນມິງ ເພື່ອສ້າງເປັນເວທີບໍລິການດ້ານການຮ່ວມມືວິໄຈ, ການເຊື່ອມໂຍງມາດຕະຖານດ້ານເຕັກນິກ, ການຮ່ວມສ້າງ ແລະ ພັດທະນາບຸກຄະລາກອນ, ພ້ອມທັງການອອກແບບໂຄງການວິສະວະກໍາໃຫ້ແກ່ອົງກອນ ແລະ ວິສາຫະກິດຂອງຈີນ-ລາວຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສູນຍັງໄດ້ນຳສະເໜີພາບລວມການພັດທະນາຂອງຂະແໜງອຸດສາຫະກຳ, ພະລັງງານ ແລະ ບໍ່ແຮ່ຂອງ ສປປ ລາວ, ລວມທັງໂຄງສ້າງຕະຫຼາດ, ການນຳໃຊ້ເທັກໂນໂລຊີຫຼັກ ແລະ ທິດທາງນະໂຍບາຍລະດັບມະຫາພາກ ເພື່ອເປັນຂໍ້ມູນອ້າງອີງທີ່ຄົບຖ້ວນໃຫ້ແກ່ກຸ່ມບໍລິສັດ Shousheng ໃນການວິເຄາະຕະຫຼາດລາວ ແລະ ການວາງແຜນຂະຫຍາຍທຸລະກິດສູ່ຕ່າງປະເທດ.
当日下午,首盛集团代表团前往老挝国家工业贸易与能源研究院,与Anousak Phongsavath院长举行专项深度会谈。会谈过程中,首盛集团代表团全面系统地介绍了集团整体经营规模、主营业务板块、产业链布局、技术实力、海内外项目运营经验以及中长期国际化发展规划,清晰表达了希望与老挝国家工业能源矿业勘查和工程设计中心建立长期合作关系的强烈意愿。
ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຈາກ ກຸ່ມບໍລິສັດ Shousheng ຈໍາກັດ ໄດ້ເດີນທາງໄປຍັງ ສະຖາບັນຄົ້ນຄວ້າອຸດສາຫະກຳ, ການຄ້າ ແລະ ພະລັງງານ ເພື່ອເຂົ້າຮ່ວມການຫາລືເຊິ່ງເລິກສະເພາະດ້ານກັບ ທ່ານ ອະນຸສັກ ພົງສະຫວັດ ຫົວໜ້າສະຖາບັນ. ໃນລະຫວ່າງການຫາລື, ຄະນະຜູ້ແທນຂອງ ກຸ່ມບໍລິສັດ Shousheng ໄດ້ນໍາສະເໜີ ຢ່າງຮອບດ້ານ ແລະ ເປັນລະບົບ ກ່ຽວກັບຂະໜາດການດຳເນີນງານຂອງກຸ່ມບໍລິສັດ, ຂົງເຂດທຸລະກິດຫຼັກ, ການຈັດວາງຫ່ວງໂສ້ອຸດສາຫະກຳ, ຂີດຄວາມສາມາດດ້ານເຕັກໂນໂລຊີ, ປະສົບການໃນການບໍລິຫານໂຄງການທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຈົນແຜນຍຸດທະສາດການພັດທະນາສູ່ສາກົນໃນໄລຍະກາງ ແລະ ໄລຍະຍາວ. ພ້ອມກັນນັ້ນ, ຄະນະຜູ້ແທນໄດ້ສະແດງເຈດຈຳນົງຢ່າງຊັດເຈນ ທີ່ຈະສ້າງ ແລະ ພັດທະນາກົນໄກຄວາມຮ່ວມມືໄລຍະຍາວກັບ ສູນສຳຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ.


本次交流,为首盛集团与老挝国家级科研平台搭建起高效的沟通桥梁,营造了资源共享、协同发展的良好合作氛围。首盛集团将与老挝国家工业能源矿业勘查和工程设计中心保持常态化密切联络,持续深挖多层次、多领域的合作空间,积极推动意向合作事项落地洽谈,共同助力中老产业升级,为区域跨境产业可持续发展持续注入新动能。
ການແລກປ່ຽນໃນຄັ້ງນີ້ ໄດ້ສ້າງກົນໄກການສື່ສານ ແລະ ປະສານງານທີ່ມີປະສິດທິຜົນ ລະຫວ່າງກຸ່ມບໍລິສັດ Shousheng ຈໍາກັດ ກັບ ສູນສໍາຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ ໃນຖານະເປັນເວທີຄົ້ນຄວ້າວິທະຍາສາດລະດັບຊາດ, ພ້ອມທັງໄດ້ສ້າງບັນຍາກາດຄວາມຮ່ວມມືອັນດີທີ່ຍຶດຫຼັກ “ການແບ່ງປັນຊັບພະຍາກອນ ແລະ ການພັດທະນາຮ່ວມກັນ”. ໃນອະນາຄົດ, ກຸ່ມບໍລິສັດ Shousheng ຈໍາກັດ ຈະສືບຕໍ່ຮັກສາການຕິດຕໍ່ ແລະ ປະສານງານຢ່າງໃກ້ຊິດເປັນປະຈໍາກັບ ສູນສໍາຫຼວດ ແລະ ອອກແບບວິສະວະກໍາອຸດສາຫະກຳ ພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ, ພ້ອມທັງສືບຕໍ່ສຳຫຼວດ ແລະ ຂະຫຍາຍໂອກາດຄວາມຮ່ວມມືໃນຫຼາຍລະດັບ ແລະ ຫຼາຍຂົງເຂດ, ຊຸກຍູ້ໃຫ້ບັນດາໂຄງການຄວາມຮ່ວມມືທີ່ມີເຈດຈຳນົງຮ່ວມກັນ ກ້າວສູ່ການເຈລະຈາ ແລະ ການດຳເນີນງານຢ່າງເປັນຮູບປະທຳ, ເພື່ອຮ່ວມກັນສົ່ງເສີມການຍົກລະດັບອຸດສາຫະກຳລະຫວ່າງລາວ-ຈີນ ແລະ ເພີ່ມພະລັງໃໝ່ໃຫ້ແກ່ການພັດທະນາອຸດສາຫະກໍາຂ້າມຊາຍແດນຢ່າງຍືນຍົງໃນພາກພື້ນ.